Journal Cover
ການສຶກສາຄູລາວແບບຍືນຍົງ
ສະບັບທີ: 1
ISSN: 0056-3080
ປີຕີພິມ: July 2025

ບົດບາດຂອງເລື່ອງເລົ່າພື້ນເມືອງຂອງຊົນເຜົ່າໄຕເມີ້ຍໃນການສ້າງລັກສະນະສະເພາະທາງວັດທະນະທໍາ (The Role of Tai Meuy Folk Tales in Constructing Cultural Identity)

ຜູ້ຂຽນ: Souksada SOUTTHIXAY, Bounleuth SENGSOULIN & phitsaphong VONGPHACHANE

Abstract

ການຄົ້ນຄວ້ານີ້ມີຈຸດປະສົງເພື່ອວິເຄາະບົດບາດຂອງເລື່ອງເລົ່າພື້ນເມືອງຂອງຊົນເຜົ່າໄຕເມີ້ຍໃນການສ້າງລັກສະນະສະເພາະທາງວັດທະນະທໍາໃນມຸມມອງທາງປະຫວັດສາດ ແລະ ວິຖີຊີວິດຂອງຊຸມຊົນ. ການສຶກສາເປັນການຄົ້ນຄວ້າແບບຄຸນນະພາບ ໂດຍມີການເກັບກໍາຂໍ້ມູນທັງໝົດ 3 ຂັ້ນຕອນ ຄື ການສຳຫຼວດເອກະສານ, ການລົງພື້ນທີ່ເກັບຂໍ້ມູນຈາກຜູ້ເລົ່າເລື່ອງ ແລະ ການຄັດເລືອກ ແລະ ວິເຄາະເນື້ອໃນຂອງເລື່ອງເລົ່າ 100 ເລື່ອງ. ກຸ່ມຕົວຢ່າງເປັນຜູ້ເລົ່າເລື່ອງຈໍານວນ 9 ທ່ານ ຈາກ 3 ບ້ານໃນເມືອງຄໍາເກີດ ແຂວງບໍລິຄໍາໄຊ. ຜົນການວິເຄາະພົບວ່າ ເລື່ອງເລົ່າຕ່າງໆ ຂອງຊາວໄຕເມີ້ຍ ບໍ່ພຽງແຕ່ໃຫ້ຄວາມບັນເທີງເທົ່ານັ້ນ ແຕ່ຍັງເປັນແຫຼ່ງທີ່ສືບທອດປະຫວັດຄວາມເປັນມາ, ຄ່ານິຍົມ ແລະ ອຸດົມການຂອງຊຸມຊົນ. ເລື່ອງເລົ່າບົດບາດໃນການອະທິບາຍກໍາເນີດຂອງຊົນເຜົ່າ, ຮີດຄອງປະເພນີ, ພິທີກໍາ ແລະ ສັງຄົມວິທຍາະຂອງຊຸມຊົນຊາວໄຕເມີ້ຍ ໄດ້ຢ່າງຊັດເຈນ. ນອກຈາກນີ້ ຂໍ້ມູນຈາກເລື່ອງເລົ່າຍັງເປັນແຫຼ່ງຮຽນຮູ້, ການສຶກສາອົບຮົມພືດຕິກໍາທາງສັງຄົມ ແລະ ເປັນຮູບແບບຂອງການສື່ສານທາງວັດທະນະທໍາຂອງຊຸມຊົນໄດ້ເປັນຢ່າງດີ. ສະຫຼຸບໄດ້ວ່າເລື່ອງເລົ່າພື້ນເມືອງຂອງຊາວໄຕເມີ້ຍມີບົດບາດສໍາຄັນໃນການຮັກສາ ແລະ ຕໍ່ຍອດອັດຕະລັກຂອງຊົນເຜົ່າ ພ້ອມທັງຊ່ວຍເສີມສ້າງຄວາມເຂົ້າໃຈ ແລະ ຄວາມຮັບຮູ້ຕໍ່ສັງຄົມຊາວໄຕເມີ້ຍໃນຫຼາຍໆດ້ານ.

Keywords: ໄຕເມີ້ຍ, ເລື່ອງເລົ່າພື້ນເມືອງ, ອັດຕະລັກທາງວັດທະນະທໍາ, ປະເພນີດັ້ງເດີມ, ມໍຣະດົກທາງວັດທະນະທໍາ

DOI:

Email: Souksada.stx@gmail.com

Editor Information

ບໍ່ມີຜູ້ປະເມີນເທື່ອ

ດາວໂຫຼດບົດຄວາມ