Journal Cover
ການສຶກສາຄູລາວແບບຍືນຍົງ
ສະບັບທີ: 1
ISSN: 0056-3080
ປີຕີພິມ: July 2025

An Analysis of Sentence Constituent Arrangement in the Lao Language: A Case Study of Essays by Third-Year Students in the Department of Lao Language and Literature Teacher Education, Academic Year 2021-2022

ຜູ້ຂຽນ: Vandthong Nanthavong & Khamsavanh Chanseeyavong

Abstract

ການຄົ້ນຄວ້າຄັ້ງນີ້ ມີຈຸດປະສົງເພື່ອວິເຄາະການຂຽນຮຽງລຳດັບສ່ວນປະກອບປະໂຫຍກພາສາລາວຂອງນັກສຶກສາ ປີທີ 3 ພາກວິຊາຄູພາສາລາວ-ວັນນະຄະດີ. ການຄົ້ນຄວ້າເປັນການວິໄຈທາງຄຸນນະພາບໂດຍເກັບກຳຂໍ້ມູນຈາກບົດຂຽນຮຽງຄວາມຫົວຂໍ້ “ການກ້າວເຂົ້າສູ່ຊີວິດນັກສຶກສາ...” ຂອງກຸ່ມຕົວຢ່າງຈຳນວນ 6 ຄົນ, ເຊິ່ງຄັດເລືອກຈາກນັກສຶກສາທີ່ມີຜົນການຮຽນລະດັບເກັ່ງ, ກາງ, ແລະ ອ່ອນ. ເຄື່ອງມືໃນການວິເຄາະແມ່ນອີງໃສ່ແນວຄິດທິດສະດີການວິເຄາະໂຄງສ້າງປະໂຫຍກຂອງບົວລີ ປະພາພັນ, ຜົນການຄົ້ນຄວ້າພົບວ່າ: 1) ດ້ານຮູບແບບປະໂຫຍກ, ນັກສຶກສາໃຊ້ຮູບແບບທີ 2 (ຕົວຕັ້ງ-ກຳມະ-ຄຳປະກອບ) ແລະ ຮູບແບບທີ 9 (ຄຳໂອບບອກເວລາ-ຕົວຕັ້ງ-ກຳມະ-ຄຳປະກອບ) ຫຼາຍທີ່ສຸດ, ເຊິ່ງສະແດງເຖິງຄວາມສາມາດໃນການໃຊ້ໂຄງສ້າງພື້ນຖານ ແລະ ກົນລະຍຸດການຂຽນແບບບັນລະຍາຍ. 2) ດ້ານຊະນິດຂອງປະໂຫຍກ, ພົບວ່າປະໂຫຍກສາມັນດ່ຽວ (38 ປະໂຫຍກ) ແລະ ປະໂຫຍກຊ້ອນ (32 ປະໂຫຍກ) ຖືກນຳໃຊ້ໃນອັດຕາທີ່ສູງ, ໃນຂະນະທີ່ປະໂຫຍກປະສົມ (5 ປະໂຫຍກ) ຖືກໃຊ້ນ້ອຍທີ່ສຸດ. ຜົນການສຶກສາສະແດງໃຫ້ເຫັນວ່າ ນັກສຶກສາມີພື້ນຖານໃນການສ້າງປະໂຫຍກພື້ນຖານ ແລະ ມີຄວາມສາມາດໃນການຂະຫຍາຍຄວາມຄິດຜ່ານປະໂຫຍກຊ້ອນ. ຢ່າງໃດກໍຕາມ, ການໃຊ້ປະໂຫຍກປະສົມທີ່ຍັງມີຈຳກັດ ຊີ້ໃຫ້ເຫັນເຖິງໂອກາດໃນການພັດທະນາທັກສະການຂຽນໃຫ້ມີຄວາມຫຼາກຫຼາຍຍິ່ງຂຶ້ນ.

Keywords: ການຮຽງລຳດັບສ່ວນປະກອບ, ໂຄງສ້າງປະໂຫຍກ, ຊະນິດຂອງປະໂຫຍກ, ການຂຽນພາສາລາວ.

DOI:

Email: v.nanthavong@nuol.edu.la

Editor Information

ພະແນກຄົ້ນຄົ້ວວິທະຍາສາດ ແລະ ພັດທະນາວິຊາຊີບຄູ, ວິທະຍາໄລຄູສາລະວັນ
Sisouk
ດາວໂຫຼດບົດຄວາມ