Journal Cover
ການສຶກສາຄູລາວແບບຍືນຍົງ
ສະບັບທີ: 1
ISSN: 0056-3080
ປີຕີພິມ: July 2025

Analysis of Reading Passage Content in Primary School Lao Language Textbooks

ຜູ້ຂຽນ: vandthong NANTHAVONG & Bualy PAPHAPHAN

Abstract

ການຄົ້ນຄວ້າຄັ້ງນີ້ເປັນການວິໄຈທາງຄຸນນະພາບ (Qualitative Research) ໂດຍມີຈຸດປະສົງສະເພາະເພື່ອວິເຄາະເນື້ອໃນຂອງບົດອ່ານໃນແບບຮຽນວິຊາພາສາລາວ ຊັ້ນປະຖົມສຶກສາ (ປ.3, ປ.4, ປ.5) ສະບັບປັບປຸງໃໝ່. ກຸ່ມຕົວຢ່າງທີ່ໃຊ້ໃນການວິເຄາະປະກອບດ້ວຍບົດອ່ານຈຳນວນ 28 ບົດ ທີ່ຄັດເລືອກແບບເຈາະຈົງ (Purposive Sampling). ເຄື່ອງມືທີ່ໃຊ້ໃນການຄົ້ນຄວ້າແມ່ນແບບບັນທຶກການວິເຄາະເນື້ອໃນ ທີ່ຜູ້ວິໄຈສ້າງຂຶ້ນໂດຍອີງໃສ່ກອບການວິເຄາະອົງປະກອບວັນນະຄະດີ ແລະ ຫຼັກການວິເຄາະເນື້ອໃນ (Content Analysis) ເຊິ່ງປະກອບດ້ວຍ 4 ດ້ານຄື: ປະເພດຂອງບົດ, ໂຄງສ້າງ, ການໃຊ້ພາສາ, ແລະ ຄຸນຄ່າທີ່ສອດແຊກ. ຜົນການຄົ້ນຄວ້າພົບວ່າ: ເນື້ອໃນບົດອ່ານໃນແບບຮຽນມີການອອກແບບຢ່າງມີຍຸດທະສາດ ແລະ ເປັນລະບົບ. ດ້ານປະເພດ, ມີການນຳໃຊ້ບົດອ່ານຫຼາກຫຼາຍປະເພດ (ນິທານ 28.57%, ພັນລະນາ 25.00%, ເລື່ອງສັ້ນ 25.00%, ບົດຄວາມ 17.86%, ຈົດໝາຍ 3.57%) ເພື່ອໃຫ້ນັກຮຽນໄດ້ຄຸ້ນເຄີຍກັບຮູບແບບການຂຽນທີ່ແຕກຕ່າງກັນ. ດ້ານໂຄງສ້າງ, ບົດອ່ານສ່ວນໃຫຍ່ມີໂຄງສ້າງທີ່ເປັນແບບແຜນຊັດເຈນ (ເປີດເລື່ອງ-ດຳເນີນເລື່ອງ-ສະຫຼຸບເລື່ອງ), ເຊິ່ງເປັນການສອນໂຄງສ້າງການຂຽນໂດຍທາງອ້ອມ. ດ້ານການໃຊ້ພາສາ, ມີການພັດທະນາຈາກຄຳສັບພື້ນຖານໃນຊັ້ນ ປ.3 ໄປສູ່ຄຳສັບທີ່ເປັນທາງການ ແລະ ຊັບຊ້ອນຂຶ້ນໃນຊັ້ນ ປ.5. ດ້ານຄຸນຄ່າ, ບົດອ່ານທຸກບົດມີການສອດແຊກຄຸນຄ່າທາງຈະລິຍະທຳຢ່າງມີເປົ້າໝາຍ,ໂດຍມີການພັດທະນາຈາກຄຸນຄ່າ, ລະດັບບຸກຄົນ (ຄວາມດຸໝັ່ນ, ຄວາມກະຕັນຍູ) ໄປສູ່ຄຸນຄ່າເພື່ອສ່ວນລວມ (ຄວາມສາມັກຄີ, ຄວາມພາກພູມໃຈໃນຊາດ) ຕາມລໍາດັບຊັ້ນຮຽນ. ໂດຍສະຫຼຸບ, ເນື້ອໃນບົດອ່ານໃນແບບຮຽນວິຊາພາສາລາວ ຊັ້ນປະຖົມສຶກສາ ສະບັບປັບປຸງໃໝ່ ມີຄຸນນະພາບສູງ, ມີການວາງລຳດັບຂັ້ນການຮຽນຮູ້ທີ່ສອດຄ່ອງກັບພັດທະນາການຂອງເດັກ, ແລະ ເຮັດໜ້າທີ່ເປັນເຄື່ອງມືສຳຄັນບໍ່ພຽງແຕ່ໃນການສອນທັກສະພາສາ ແຕ່ຍັງເປັນການປູກຝັງຄຸນນະທຳ ແລະ ສ້າງຈິດສຳນຶກຄວາມເປັນພົນລະເມືອງທີ່ດີໃຫ້ແກ່ເຍົາວະຊົນລາວ.

Keywords: ການວິເຄາະເນື້ອໃນ, ບົດອ່ານ, ແບບຮຽນພາສາລາວ, ປະຖົມສຶກສາ, ວັນນະຄະດີສຳລັບເດັກ.

DOI:

Email: v.nanthavong@nuol.edu.la

Editor Information

ພະແນກຄົ້ນຄົ້ວວິທະຍາສາດ ແລະ ພັດທະນາວິຊາຊີບຄູ, ວິທະຍາໄລຄູສາລະວັນ
Sisouk
ດາວໂຫຼດບົດຄວາມ