Journal Cover
ການສຶກສາຄູລາວແບບຍືນຍົງ
ສະບັບທີ: 1
ISSN: 0056-3080
ປີຕີພິມ: July 2025

ການສຶກສາຄວາມເຂົ້າໃຈວິທີແກ້ບັນຫາໂດຍນຳໃຊ້ຫ້າບາດກ້າວເຂົ້າໃນການສອນຄະນິດສາດສຳລັບນັກສຶກສາຄູລະບົບ12+4 ສາຍຄູປະຖົມ ປີທີ1 ວິທະຍາໄລຄູສາລະວັນ

ຜູ້ຂຽນ: Bounneua inthalath & Souphalak Phetsalad

Abstract

ການຄົ້ນຄວ້າຄັ້ງນີ້ມີຈຸດປະສົງ : 1) ເພື່ອສຶກສາປະສິດທິພາບຂອງແຜນການຈັດກິດຈະກໍາການຮຽນ - ການສອນ ໂດຍການນໍາໃຊ້ຮູບແບບແກ້ໄຂບັນຫາເຂົ້າໃນການສອນວິຊາ ຄະນິດສາດ ຂອງນັກສຶກສາຄູສາຍປະຖົມປີທີ1 ຕາມເກນທີ່ຕັ້ງໄວ້ E1/ E2 ( 70/70 ). 2) ເພື່ອໄຈແຍກຄວາມເຂົ້າໃຈດ້ານຄະນິດສາດຂອງນັກສຶກສາຄູສາຍປະຖົມປີທີ1ຕໍ່ກັບໃນການແກ້ໄຂບັນຫາທາງຄະນິດສາດລະຫວ່າງການສອນໂດຍໃຊ້ຮູບແບບການສອນແບບແກ້ໄຂບັນຫາດ້ວຍຈັດກຸ່ມວິຊາຄະນິດສາດຂອງນັກຮຽນຊັ້ນປະຖົມສຶກສາປີທີ1. ກຸ່ມທົດລອງຂອງການຄົ້ນຄວ້າຄັ້ງນີ້ຄຶນັກສຶກສາລະບົບ 12+4 ສາຍປະຖົມທີ່ວິທະຍາໄລຄູສາລະວັນ ພາກຮຽນທີ 1 ຈໍານວນ 18 ຄົນ ເຊິ່ງໄດ້ມາໂດຍວິທີເລືອກແບບເຈາະຈົງຈໍານວນ 1 ຫ້ອງ. ເຄື່ອງມືທີ່ໃຊ້ໃນການສຶກສາຄົ້ນຄວ້າຄັ້ງນີ້ມີພາກສອນຈໍານວນ 4 ບົດ, ແບບທົດສອບຍ່ອຍລະຫວ່າງຮຽນ 4 ຊຸດ, ແບບທົດສອບວັດຜົນສໍາເລັດທາງການຮຽນ 1 ສະບັບ ຈໍານວນ 12 ຂໍ້ ສະຖິຕິທີ່ໃຊ້ມີສ່ວນຮ້ອຍ, ຄ່າສະເລ່ຍ ແລະ ຄ່າຜັນປ່ຽນມາດຕະຖານ. ຜົນການສຶກສາຄົ້ນຄວ້າມີດັ່ງນີ້: 1. ປະສິດທິພາບຂະບວນການສອນໃນການຄິດຢ່າງໃຫ້ເຫດຜົນທາງຄະນິດສາດຂອງນັກສຶກສາຄູສາຍປະຖົມວິທະຍາໄລຄູສາລະວັນໄດ້ 73.33 / 72.58 ເຊິ່ງສູງກວ່າເກນທີ່ຕັ້ງໄວ້ 70 / 70 ແລະ ມີປະສິດທິຜົນຂອງການຮຽນຮູ້ເທົ່າກັບ 0.54 ໝາຍຄວາມວ່ານັກຮຽນມີຄວາມຮູ້ເພີ່ມຂຶ້ນ 54% . 2. ການແກ້ໄຂບັນຫາທາງຄະນິດສາດຂອງນັກສຶກສາຄູສານປະຖົມວິທະຍາໄລຄູສາລະວັນຕາມກອບ ແນວຄວາມຄິດການສອນແກ້ໄຂບັນຫາທາງຄະນິດສາດ (ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາກະຊວງສຶກສາທິການ ແລະ ກິລາ ສປລ ລາວທີ່ຮ່ວມມືກັບໂຄງການ Iteam , 2018,2019 ) 5 ຂັ້ນຕອນຂອງການແກ້ໄຂບັນທາງຄະນິດສາດພົບວ່າ: ນັກສຶກສາຄູໄດ້ແກ້ໄຂບັນຫາທາງຄະນິດສາດທີ່ເກີດຂື້ນທັງສອງດ້ານໃນການຄິດທາງຄະນິດສາດສາດດ້ວຍຄວາມຈື່ຈຳ ແລະ ສາມາດຄິດໄລ່ໄດ້ໃນ 3 ບາດກ້າວໃນ ການແກ້ໄຂບັນຫາຄຶ: ເຂົ້າໃຈບັນຫາ, ແກ້ໄຂບັນຫາເປັນບຸກຄົນ ແລະ ຂັ້ນປຽບທຽບແນວຄວາມຄິດຂອງນັກສຶກສາຄູ ແລະ ສົນທະນາສ່ວນຝຶກທັກສະເກີດຂື້ນໃນຂັ້ນຝຶກຫັດ ( ຝຶກປະຕິຫັດ ແລະ ນຳໃຊ້ ).

Keywords: ເຕັກນິກການສອນແບບແກ້ໄຂບັນຫາ, ການຮຽນການສອນ, ວິຊາຄະນິດສາດ

DOI:

Email: boun_inthalath@yahoo.com

Editor Information

ບໍ່ມີຜູ້ປະເມີນເທື່ອ

ດາວໂຫຼດບົດຄວາມ