Journal Cover
ການສຶກສາຄູລາວແບບຍືນຍົງ
ສະບັບທີ: 1
ISSN: 0056-3080
ປີຕີພິມ: July 2025

AN ANALYSIS OF LEARNING AND TEACHING MANAGEMENT IN MULTIGRADE CLASSROOMS: GRADES 1, 2, AND 3 UNDER THE NEW REVISED PRIMARY EDUCATION CURRICULUM

ຜູ້ຂຽນ: Somboun XAMOUMTY & Phothong Phongsongkham

Abstract

ບົດຄວາມນີ້ມີຈຸດປະສົງເພື່ອສຶກສາຫຼັກສູດຫ້ອງຄວບແບບສາມຂັ້ນຮຽນ (ຫ້ອງຄວບ ປ1+ປ2+ປ3 ) ຂອງຫຼັກສູດປະຖົມສຶກສາສະບັບປັບປຸງໃໝ່ ໂດຍມີກຸ່ມຕົວຢ່າງທັງໝົດຈໍານວນ 10 ຄົນ ເຊິ່ງໄດ້ມາໂດຍການເລືອກແບບເຈາະຈົງ. ເຄື່ອງມືທີ່ໃຊ້ໃນການວິໄຈໄດ້ແກ່: ແບບສໍາພາດ, ປື້ມແບບຮຽນ, ຄູ່ມືຄູ ແລະ ຮ່າງບັນທຶກ. ໜ່ວຍວິເຄາະຂໍ້ມູນໄດ້ແກ່: ເນື້ອໃນຂອງການສໍາພາດ, ແລະ ບັນດາເອກະສານຂອງຫຼັກສູດປະຖົມສະບັບປັບປຸງໃໝ່ຜົນການວິໄຈເຫັນວ່າ: ການຈັດການຮຽນການສອນຫ້ອງຄວບ ປ1+ປ2, ຫ້ອງຄວບ ປ2+ປ3 ແລະ ຫ້ອງຄວບ ປ1+ປ2+ປ3 ຂອງຫຼັກສູດປະຖົມສຶກສາສະບັບປັບປຸງໃໝ່ ພົບຄວາມຫຍຸ້ງຍາກຫຼາຍ ໂດຍສະເພາະການດັດປັບເນື້ອໃນ, ການຄວບຄຸມຫ້ອງ, ການປະເມີນ ແລະ ຊ່ວຍເຫຼືອເນື້ອຮຽນ ເພາະຫຼັກສູດທີ່ໃຊ້ສອນຫ້ອງຄວບເປັນຫຼັກສູດຫ້ອງດ່ຽວ ຈຶ່ງເຮັດໃຫ້ຄູສ່ວນໃຫຍ່ພົບຄວາມຫຍຸ້ງຍາກໃນການດັດປັບເນື້ອໃນ ເພື່ອມາສອນຫ້ອງຄວບ.ອີກບັນບັນຫາໜຶ່ງທີ່ນັກສຶກສາຄູສ່ວນໃຫຍ່ມີຂໍ້ຄິດເຫັນທີ່ກົງກັນຄື: ສະພາບແວດລ້ອມສ່ວນໃຫຍ່ໃນຫ້ອງບໍ່ອຳນວຍຕໍ່ການຈັດການຮຽນການສອນຫ້ອງຄວບເຮັດໃຫ້ການຊ່ວຍເຫຼືອນັກຮຽນບໍ່ສາມາດປະຕິບັດໄດ້ດີເທົ່າທີ່ຄວນ. ສະນັ້ນ, ຈຶ່ງໄດ້ມີການປັບປຸງບາງເນື້ອໃນແຕ່ລະລາຍວິຊາໃຫ້ມີຄວາມສອດຄ່ອງ ແລະ ໃກ້ຄຽງກັນ ເພື່ອສະດວກໃນການສອນ ແລະ ການຄວບຄຸ້ມຫ້ອງໃຫ້ເໝະສົມກັບສະພາບຄວາມເປັນຈິງໃນແຕ່ລະທອ້ງຖິ່ນ.

Keywords: ຫຼັກສູດ, ບັນຫາ, ການຮຽນການສອນ, ການປະຕິສຳພັນ, ການສອນຫ້ອງຄວບ

DOI:

Email: sombounxamounty@gmail.com

Editor Information

ພະແນກຄົ້ນຄົ້ວວິທະຍາສາດ ແລະ ພັດທະນາວິຊາຊີບຄູ, ວິທະຍາໄລຄູສາລະວັນ
Sisouk
ດາວໂຫຼດບົດຄວາມ