Journal Cover
ການສຶກສາຄູລາວແບບຍືນຍົງ
ສະບັບທີ: 1
ISSN: 0056-3080
ປີຕີພິມ: July 2025

Artificial Intelligence Applications in Teaching and Learning: Opportunities and Challenges for Laos' Education System

ຜູ້ຂຽນ: Phoumy CHANTALANGSY

Abstract

ການປະຍຸກໃຊ້ປັນຍາປະດິດ (AI) ໃນການຮຽນການສອນແມ່ນກາຍເປັນທ່າອ່ຽງໃຫມ່ທີ່ມີຄວາມສໍາຄັນຢ່າງຍິ່ງໃນຍຸກຂັ້ນລິເລີ່ມ 4.0 ໃນການຮຽນການສອນ. ບົດຄວາມນີ້ມີຈຸດປະສົງເພື່ອສຶກສາວິເຄາະໂອກາດ ແລະ ສິ່ງທ້າທາຍໃນການນໍາເອົາເຕັກໂນໂລຊີ AI ເຂົ້າມາປະຍຸກໃຊ້ໃນລະບົບການສຶກສາຂອງລາວ. ການສຶກສານີ້ໄດ້ວິເຄາະເຖິງປະໂຫຍດທີ່ AI ສາມາດສະໜອງໃຫ້ແກ່ການຮຽນການສອນ ເຊັ່ນ: ການປັບແຕ່ງການຮຽນການສອນສ່ວນບຸກຄົນ, ການເພີ່ມປະສິດທິພາບການສອນ, ການຊ່ວຍເຫຼືອນັກຮຽນທີ່ມີຄວາມຕ້ອງການພິເສດ ແລະ ການສ້າງສາລະເນື້ອໃນການຮຽນທີ່ຫຼາກຫຼາຍ. ແນວໃດກໍ່ຕາມ, ການນໍາໃຊ້ AI ໃນລາວຍັງຄົງປະເຊີນກັບສິ່ງທ້າທາຍຫຼາຍຢ່າງເຊັ່ນ: ໂຄງລ່າງພື້ນຖານດ້ານເຕັກໂນໂລຢີທີ່ຈຳກັດ, ການຂາດແຄນບຸກຄະລາກອນທີ່ມີຄວາມຮູ້ຄວາມສາມາດ, ການເຂົ້າເຖິງອຸປະກອນທີ່ບໍ່ເທົ່າທຽມກັນ, ແລະຂໍ້ກັງວົນດ້ານຈັນຍາບັນ. ບົດຄວາມນີ້ຈະວິເຄາະບັນຫາເຫຼົ່ານີ້ຢ່າງເລິກເຊິ່ງ ແລະ ສະເໜີແນວທາງແກ້ໄຂເພື່ອໃຫ້ລະບົບການສຶກສາຂອງລາວສາມາດນໍາໃຊ້ AI ໄດ້ຢ່າງມີປະສິດທິພາບ ແລະ ຍືນຍົງ.

Keywords: ການຮຽນການສອນ, ປັນຍາປະດິດ, ລະບົບການສຶກສາ, ເຕັກໂນໂລຊີການສຶກສາ, ລາວ

DOI:

Email: phoumy.ch@kkumail.com

Editor Information

ບໍ່ມີຜູ້ປະເມີນເທື່ອ

ດາວໂຫຼດບົດຄວາມ